ເລື່ອງຄວາມສໍາເລັດທາງດ້ານການຄ້າຂອງທ່ານ ສາມາດເລີ່ມຕົ້ນໄດ້ທີ່ນີ້!

ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ (LTP) ແມ່ນຈຸດບໍລິການປະຕູດຽວຂອງທ່ານ ສໍາລັບຂໍ້ມູນຂ່າວສານທາງດ້ານການຄ້າ ຢູ່ ສປປ ລາວ ທີ່ລະອຽດ ແລະ ທັນຍຸກທັນເຫດການ. ກະຊວງອຸດສາຫະກໍາ ແລະ ການຄ້າ ມີບົດບາດໃນການຄຸ້ມຄອງ ແລະ ການບໍາລຸງຮັກສາ ສູນຂໍ້ມູນຂ່າວສານ ພ້ອມທັງເປັນຈຸດປະສານງານໃນການສະໜອງຂໍ້ມູນລົງໃນສູນຂໍ້ມູນຂ່າວສານນີ້. ສູນ LTP ເຮັດໜ້າທີ່ເປັນແຫຼ່ງຂໍ້ມູນທີ່ມີຄ່າ ໃຫ້ແກ່ຜູ້ຄ້າ ຊ່ວຍໃຫ້ເຂົ້າເຖິງຂໍ້ມູນທີ່ຫຼາກຫຼາຍ ໄດ້ຢ່າງງ່າຍດາຍ. ໃນສູນແຫ່ງນີ້ ທ່ານຈະພົບແຫຼ່ງຂໍ້ມູນ ແລະ ເອກະສານຕ່າງໆ ທີ່ສໍາຄັນ ເຊັ່ນ: ກົດໝາຍ, ດໍາລັດ, ແຈ້ງການ, ລະບຽບການ, ມາດຕະການທີ່ບໍ່ແມ່ນພາສີ, ຂັ້ນຕອນ ແລະ ແບບຟອມຕ່າງໆ. ຂໍ້ມູນທັງໝົດນີ້ໄດ້ຮັບການຈັດການຢ່າງລະອຽດ ເພື່ອອໍານວຍຄວາມສະດວກໃຫ້ທ່ານ ສາມາດຄົ້ນຫາຂໍ້ມູນຂ່າວສານໄດ້ວ່ອງໄວ ແລະ ມີປະສິດທິພາບ. ບໍ່ວ່າທ່ານຈະກ່ຽວຂ້ອງກັບວຽກງານການນໍາເຂົ້າ, ສົ່ງອອກ ຫຼື ຜ່ານແດນ ກໍ່ຕາມ, ສູນຂໍ້ມູນຂ່າວສານຂອງພວກເຮົາ ຈະຊ່ວຍໄຂຂໍ້ຂ້ອງໃຈກ່ຽວກັບລະບຽບການທີ່ມັກຈະມີຄວາມສັບສົນ ແລະ ສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ແກ່ທຸລະກິດ ໃຫ້ສາມາດແຂ່ງຂັນໃນໂລກຂອງການຄ້າລະຫວ່າງປະເທດ ທີ່ມີການປ່ຽນແປງຕະຫຼອດເວລາ.

ຂໍ້ມູນເພີມເຕີມ

 

ການເຂົ້າເຖິງຂໍ້ມູນທາງດ້ານການຄ້າ

 

ຈະສົ່ງອອກສິນຄ້າໄດ້ແນວໃດ?

ສູນ LTP ໄດ້ແນະນໍາລະອຽດ ກ່ຽວກັບວິທີການຄົ້ນຫາ ຂັ້ນຕອນ ການສົ່ງອອກຈາກປະເທດລາວ. ຊຶ່ງປະກອບມີ ຂໍ້ຮຽກຮ້ອງທາງດ້ານເອກະສານ ຂັ້ນຕອນທາງພາສີ ແລະ ລະບຽບການສົ່ງອອກ ເພື່ອຮັບປະກັນໃຫ້ບັນດາທຸລະກິດ ສາມາດສົ່ງອອກສິນຄ້າຂອງຕົນ ໄປສູ່ຕະຫຼາດສາກົນ ໄດ້ຢ່າງສະດວກວ່ອງໄວ ແລະ ໝັ້ນໃຈ ອີກດ້ວຍ.

 

 

 

ຂໍ້ມູນເພີມເຕີມ

 

 

ຈະນໍາເຂົ້າສິນຄ້າໄດ້ແນວໃດ?

ສູນ LTP ສາມາດຄົ້ນຫາຂໍ້ມູນທີ່ຈຳເປັນ ກ່ຽວກັບການນຳເຂົ້າສິນຄ້າ ມາປະເທດລາວ ໂດຍສະເພາະຂັ້ນຕອນການກວດປ່ອຍສີນຄ້າ ຢູ່ດ່ານພາສີ, ລາຍການອັດຕາພາສີ ແລະ ລະບຽບການຕ່າງໆໃນການນຳເຂົ້າ.

 

 

 

ຂໍ້ມູນເພີມເຕີມ

 

 

ການຄ້າກັບອາຊຽນ

ສະໜອງຂໍ້ມູນຂ່າວສານ ກ່ຽວກັບກາລະໂອກາດ ໃນການເຮັດການຄ້າ ໃນພາກພື້ນອາຊຽນ. ສູນ LTP ໄດ້ສະໜອງຂໍ້ມູນຂ່າວສານ ທີ່ຕິດພັນກັບບັນດາສັນຍາການຄ້າຕ່າງໆຂອງອາຊຽນ, ຂັ້ນຕອນທາງພາສີ ແລະ ການເຂົ້າສູ່ຕະຫຼາດ ຢ່າງເລິກເຊິ່ງ ເພື່ອຊ່ວຍໃຫ້ຜູ້ປະກອບການ ສາມາດຍາດແຍ່ງ ເອົາຜົນປະໂຫຍດ ຈາກປະຊາຄົມເສດຖະກິດທີ່ມີການປ່ຽນແປງ ຕະຫຼອດເວລານີ້

 

 

 

ຂໍ້ມູນເພີມເຕີມ

 

 

ຈຸດສອບຖາມ SPS

ຈຸດສອບຖາມມາດຕະການ ສຸຂານາໄມ ແລະ ສຸຂານາໄມພືດ (SPS) ທີ່ສາມາດສອບຖາມລາຍລະອຽດ ເພີ່ມເຕີມກັບຂະແໜງ ການກ່ຽວຂ້ອງ ໂດຍສະເພາະ ການເຂົ້າເຖິງຂໍ້ມູນທີ່ສໍາຄັນ ກ່ຽວກັບຄວາມປອດໄພ ດ້ານອາຫານ, ລະບຽບການຂອງສຸຂະພາບສັດ ແລະ ພືດ, ແລະ ມາດຕະຖານ SPS ເພື່ອຮັບປະກັນ ຄວາມປອດໄພ  ຂອງການເຄື່ອນຍ້າຍຜະລິດຕະພັນກະສິກໍາ.

 

 

 

ຂໍ້ມູນເພີມເຕີມ

 

 

ຄົ້ນຫາຂັ້ນຕອນການນໍາເຂົ້າ ແລະ ສົ່ງອອກສິນຄ້າ

ພວກເຮົາໄດ້ມີຄວາມພະຍາຍາມໃນການສະໜອງຂໍ້ມູນຂ່າວສານທາງດ້ານການຄ້າໃຫ້ລະອຽດທີ່ສຸດ ແລະ ອອກແບບໃຫ້ນໍາໃຊ້ໄດ້ງ່າຍ ເພື່ອປັບປຸງຂັ້ນຕອນຕ່າງໆ ໂດຍຜ່ານລະບຽບການນໍາເຂົ້າ-ສົ່ງອອກຂອງ ສປປ ລາວ. ພວກເຮົາໄດ້ຄັດຈ້ອນຈາກບັນດາລະບຽບເອກະສານທີ່ລະບຽບການ ມາເປັນຂັ້ນຕອນການນໍາ ເຂົ້າ-ສົ່ງອອກ ແລະ ແບບຟອມທີ່ຈໍາເປັນ ເພື່ອຊ່ວຍໃຫ້ຜູ້ປະກອບການສາມາດຈັດຕັ້ງປະຕິບັດໄດ້ຖືກຕ້ອງ. ສູນ LTP ຈະເຮັດໃຫ້ຂັ້ນຕອນທາງດ້ານການຄ້າໃນ ສປປ ລາວ ມີຄວາມງ່າຍດາຍ ຕໍ່ທ່ານ. ຢ່າພາດທີ່ຈະຕິດຕາມພວກເຮົາ ເພາະພວກເຮົາຈະນໍາພາທ່ານໄປ ສູ່ທຸກຂັ້ນຕອນການນໍາເຂົ້າ-ສົ່ງອອກ ນັບແຕ່ການອອກອະນຸຍາດ, ຢັ້ງຢືນ ຈົນເຖິງຂັ້ນຕອນພາສີ ແລະ ອັດຕາພາສີ ຢ່າງງ່າຍດາຍ.

 

 

ການເລີ່ມຕົ້ນທຸລະກິດໃນ ສປປ ລາວ

ການເລີ່ມຕົ້ນທຸລະກິດໃນ ສປປ ລາວ ເລີ່ມຈາກການຄົ້ນຫາລະບຽບການ ແລະ ຂໍ້ຮຽກຮ້ອງຕ່າງໆ ທີ່ຕິດພັນກັບຂົງເຂດທຸລະກິດຂອງທ່ານ. ຕ້ອງໄດ້ຂຶ້ນທະບຽນທຸລະກິດຂອງທ່ານກັບ ກົມຄຸ້ມຄອງທະບຽນວິສາຫະກິດ (ກະຊວງ ອຸດສາຫະກໍາ ແລະ ການຄ້າ), ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ເມືອງ, ຈາກນັ້ນ, ຍື່ນໜັງສືສະເໜີຂໍໃບອະນຸຍາດດໍາເນີນທຸລະກິດ ນໍາຂະແໜງການທີ່ກ່ຽວຂ້ອງ. ພ້ອມດຽວກັນ, ຍັງຕ້ອງປະຕິບັດຕາມກົດໝາຍແຮງງານ, ລະບຽບການດ້ານສິ່ງແວດລ້ອມ ແລະ ລະບຽບການສະເພາະຂອງຂະແໜງການທີ່ກ່ຽວຂ້ອງອີກດ້ວຍ. ລາຍລະອຽດແມ່ນຂໍຄໍາເຫັນປຶກສາຫາລື ກັບ ຂະແໜງການທີ່ກ່ຽວຂ້ອງ ພາຍໃນ ເພື່ອຊ່ວຍຮັບປະກັນການປະຕິບັດຕາມຂັ້ນຕອນການສ້າງຕັ້ງທຸລະກິດຢູ່ ສປປ ລາວ ໃຫ້ມີຄວາມຄ່ອງຕົວ ແລະ ສອດຄ່ອງ. ໝາຍເຫດ: ຖ້າທຸລະກິດຂອງທ່ານຢູ່ໃນບັນຊີລາຍການທຸລະກິດຄວບຄຸມ ແລະ ໂຄງການສຳປະທານ ທ່ານຕ້ອງໄດ້ຮັບອະນຸມັດ ຈາກກະຊວງແຜນການ ແລະ ການລົງທຶນ. ຂໍ້ມູນເພີ່ມເຕີມ: http://www.investlaos.gov.la/

ເບິ່ງທີ່ນີ້

 

 

 

 

 

ການສົ່ງອອກຕົ້ນຕໍຂອງ ສປປ ລາວ

ໃນປີ 2021, ມູນຄ່າການສົ່ງອອກສິນຄ້າ ຂອງສປປ ລາວ ມີທັງໝົດ 9.22 ຕື້ໂດລາສະຫະລັດ ແລະ ໄດ້ຖືກຈັດເປັນອັນດັບທີ 101 ຂອງໂລກ. ໃນໄລຍະ 5 ປີຜ່ານມາ (2016-2021), ມູນຄ່າການສົ່ງອອກຂອງ ສປປ ລາວ ເພີ່ມຂຶ້ນ 4.14 ຕື້ໂດລາສະຫະລັດ ຈາກ 5.08 ຕື້ໂດລາສະຫະລັດ ໃນປີ 2016 ມາເປັນ 9.22 ຕື້ໂດລາສະຫະລັດ ໃນປີ 2021. ໃນນີ້, ການສົ່ງອອກຕົ້ນຕໍ ແມ່ນໄຟຟ້າ (1.96 ຕື້ໂດລາສະຫະລັດ), ຄໍາ (1.79 ຕື້ໂດລາສະຫະລັດ), ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ (508 ລ້ານໂດລາສະຫະລັດ), ແຮ່ທອງ (339 ລ້ານໂດລາສະຫະລັດ) ແລະ ຢາງພາລາ (300 ລ້ານໂດລາສະຫະລັດ). ປະເທດຄູ່ຄ້າຫຼັກສົ່ງອອກຕົ້ນຕໍ ແມ່ນປະເທດຣາຊະອານາຈັກໄທ (2.99 ຕື້ໂດລາສະຫະລັດ), ສປ ຈີນ (2.48 ຕື້ໂດລາສະຫະລັດ), ສສ ຫວຽດນາມ (1.24 ຕື້ໂດລາສະຫະລັດ), ອົດສະຕາລີ (693 ລ້ານໂດລາສະຫະລັດ), ແລະ ສະວິດເຊີແລນ (253 ລ້ານໂດລາສະຫະລັດ).

ຂໍ້ມູນເພີມເຕີມ

ບັນດາລິ້ງເວັບໄຊ໌ທີ່ເປັນປະໂຫຍດ

ສິ່ງນີ້, ຈະຊ່ວຍໃຫ້ທ່ານສາມາດຄົ້ນຫາເວັບໄຊທ໌ຕ່າງໆ ທິ່ໃຫ້ຂໍ້ມູນຂ່າວສານຢ່າງລະອຽດ ແລະ ທີ່ເປັນປະໂຫຍດ, ລະບຽບການທີ່ທັນຍຸກທັນເຫດການ ແລະ ຄໍາແນະນໍາການປະຕິບັດຕົວຈິງສໍາລັບບຸກຄົນ ແລະ ພາກທຸລະກິດ ທີ່ສົນໃຈຢາກເຮັດການຄ້າຂ້າມແດນໃນພາກພື້ນອາຊຽນ. ກົດເຂົ້າເວັບໄຊທ໌ເຫຼົ່ານີ້ເພື່ອເປີດປະຕູສູ່ການຄ້າຂອງ ສປປ ລາວ ກັບ ສາກົນ ແບບບໍ່ມີຮອຍຕໍ່. ກົດເຂົ້າຫາເວັບໄຊອື່ນໆ



ອັບໂຫຼດລ່າສຸດ

ຂັ້ນຕອນ
ຂັ້ນຕອນການດໍາເນີນການ ແລະ ຄ່າບໍລິການ ການຂົນສົ່ງສິນຄ້າທາງລົດໄຟລາວ-ຈີນ
ຂັ້ນຕອນການດໍາເນີນການ ແລະ ຄ່າບໍລິການ ການຂົນສົ່ງສິນຄ້າທາງລົດໄຟລາວ-ຈີນ
ຂັ້ນຕອນການຂໍ ໃບອະນຸຍາດນໍາເຂົ້າສໍາລັບສັດທີ່ມີຊີວິດ/ຜະລິດຕະພັນສັດ
ກ່ອນການນໍາເຂົ້າ ຜູ້ປະກອບການຕ້ອງໄດ້ຂໍໃບອະນຸຍາດນໍາເຂົ້າສໍາລັບສັດທີ່ມີຊີວິດ/ຜະລິດຕະພັນສັດ ຈາກຂະແໜງການກ່ຽວຂ້ອງ.
ຂັ້ນຕອນການກວດປ່ອຍສິນຄ້າ ນໍາເຂົ້າ ຢູ່ດ່ານພາສີສາກົນ (ສະບັບປັບປຸງ 2022)
ຂັ້ນຕອນການກວດປ່ອຍສິນຄ້ານໍາເຂົ້າ ຢູ່ດ່ານພາສີສາກົນ ແມ່ນໃຫ້ປະຕິບັດຕາມບົດແນະນຳ ກ່ຽວກັບການແຈ້ງພາສີເປັນລາຍລະອຽດດ້ວຍລະບົບເອເລັກໂຕຣນິກ ເລກທີ 00097/ກພສ, ລົງວັນທີ 06 ມັງກອນ 2017.
ນິຕິກໍາ
ແຈ້ງການ ໂຈະການນໍາເຂົ້າ ແລະ ຈໍາໜ່າຍ ຜະລິດຕະພັນອາຫານ ທີ່ບໍ່ໄດ້ຂື້ນທະບຽນ ແລະ ພີມເລກທະບຽນ ອຢ ໃສ່ສະຫຼາກສິນຄ້າທີ່ເປັນພາສາລາວ, ເລກທີ 2666/ຫອຄ, ລົງວັນທີ 09 ຕຸລາ 2024.
ແຈ້ງການ ໂຈະການນໍາເຂົ້າ ແລະ ຈໍາໜ່າຍ ຜະລິດຕະພັນອາຫານ ທີ່ບໍ່ໄດ້ຂື້ນທະບຽນ ແລະ ພີມເລກທະບຽນ ອຢ ໃສ່ສະຫຼາກສິນຄ້າທີ່ເປັນພາສາລາວ.
ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງໂຮງງານຜະລິດຢາສັດຕະວະແພດ, ເລກທີ 4848/ກປ, ລົງວັນທີ 02 ຕຸລາ 2024.
ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງໂຮງງານຜະລິດຢາສັດຕະວະແພດ.
ຂໍ້ຕົກລົງ ວ່າດ້ວຍສະຫຼາກສີຂຽວ, ເລກທີ 1888/ອຄ, ລົງວັນທີ 01 ຕຸລາ 2024
ຂໍ້ຕົກລົງ ວ່າດ້ວຍສະຫຼາກສີຂຽວ.
ແບບຟອມ
ແບບຟອມ ຂໍເປີດລະຫັດເພື່ອນໍາໃຊ້ລະບົບແຈ້ງພາສີປະຕູດຽວ LNSW
ແບບຟອມ ຂໍເປີດລະຫັດເພື່ອນໍາໃຊ້ລະບົບແຈ້ງພາສີປະຕູດຽວ LNSW
ແບບຟອມ ຂໍຜ່ານແດນ ສສ ຫວຽດນາມ
ແບບຟອມ ຂໍຜ່ານແດນ ສສ ຫວຽດນາມ
ແບບຟອມ ຄໍາຮ້ອງຂໍອະນຸຍາດຂຶ້ນທະບຽນວິຊາຊີບເພສັດຊະກໍາ ເພື່ອດໍາເນີນທຸລະກິດຮ້ານຂາຍຍ່ອຍຢາ (ສະເພາະຄົນລາວ)
ແບບຟອມ ຄໍາຮ້ອງຂໍອະນຸຍາດຂຶ້ນທະບຽນວິຊາຊີບເພສັດຊະກໍາ ເພື່ອດໍາເນີນທຸລະກິດຮ້ານຂາຍຍ່ອຍຢາ (ສະເພາະຄົນລາວ)
ມາດຕະການ
ຮຽກຮ້ອງໃຫ້ຂໍອະນຸຍາດສົ່ງອອກ: ວັດຖຸທາດລະເບີດທາງອຸດສາຫະກໍາ
ການສົ່ງອອກວັດຖຸທາດລະເບີດທາງອຸດສາຫະກໍາ ຕ້ອງໄດ້ຮັບອະນຸຍາດສົ່ງອອກຈາກກົມອຸດສາຫະກຳປ້ອງກັນຊາດ, ກະຊວງປ້ອງກັນປະເທດ
ຫ້າມນຳເຂົ້າອຸປະກອນຈານຮັບສັນຍານດາວທຽມຂອງຕ່າງປະເທດ
ຫ້າມນຳເຂົ້າຈານຮັບສັນຍານດາວທຽມຕາມແຈ້ງການເລກທີ 55/ຫກ, ລົງວັນທີ 01 ກຸມພາ 2018. ຜູ້ດຳເນີນທຸລະກິດ ຫຼື ຜູ້ຄອບຄອງຈານຮັບສັນຍານດາວທຽມຕ້ອງໄດ້ໄປແຈ້ງ ແລະ ລົງທະບຽນກັບພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງແຂວງ/ນະຄອນຫຼວງ.
ຕ້ອງໄດ້ຮັບອະນຸຍາດສົ່ງອອກສື່ສິ່ງພິມ
ສື່ສິ່ງພິມ ຕ້ອງໄດ້ຮັບອະນຸຍາດສົ່ງອອກຈາກ ກົມສື່ມວນຊົນ, ກະຊວງ ຖວທ

ບົດຄວາມ, ປະກາດ ແລະ ຂ່າວລ່າສຸດ

ບົດຄວາມລ່າສຸດ
ADB ຄາດຄະເນການເຕີບໂຕ 4% ສຳລັບ ສປປ ລາວ ໃນປີ 2024
ADB Forecasts 4% Growth for Lao PDR in 2024
ບົດວິເຄາະ ສະຖານະພາບການເປັນຢູ່ຂອງຄົວເຮືອນໃນ ສປປ ລາວ 2020 (ສະບັບພາສາອັງກິດ)
ບົດວິເຄາະ ສະຖານະພາບການເປັນຢູ່ຂອງຄົວເຮືອນໃນ ສປປ ລາວ 2020 (ສະບັບພາສາອັງກິດ)
ສະພາບເສດຖະກິດ ສປປ ລາວ 2023 ໂດຍສັງເຂບ
ສະພາບເສດຖະກິດ ສປປ ລາວ 2023 ໂດຍສັງເຂບ
ປະກາດລ່າສຸດ
ປະເທດ ອັງກິດ ກໍາລັງປັບປຸງໃບຢັ້ງຢືນສຸຂະພາບສັດ ແລະ ຜະລິດຕະພັນສັດ
ປະເທດ ອັງກິດ ຈະນໍາໃຊ້ໃບຢັ້ງຢືນສຸຂະພາບສັດມີຊີວິດ ແລະ ຜະລິດຕະພັນສັດ ຮູບແບບໃໝ່ ທີ່ມີແຫຼ່ງກໍາເນີດຈາກ ປະເທດ ອັງກິດ ເພື່ອນໍາເຂົ້າມາ ສປປ ລາວ ໃນໄວໆນີ້
ເປີດຮັບຄໍາຄິດເຫັນປະກອບໃສ່ 05 ຮ່າງມາດຕະຖານກ່ຽວກັບການກໍ່ສ້າງ
ກົມມາດຕະຖານ ແລະ ວັດແທກ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ເປີດຮັບຄໍາເຫັນຈາກສາທາລະນະ ປະກອບໃສ່ 05 ຮ່າງມາດຕະຖານກ່ຽວກັບການກໍ່ສ້າງ (ມາດຕະຖານແຜ່ນຢາງກັນຊືມທີ່ຜະລິດຈາກທາດສັງເຄາະແບບມີກາວ, ມາດຕະຖານໂພລີຢູຣິເທນເຄືອບກັນຊຶມ, ມາດຕະຖານຊີມັງປະສົມ, ມາດຕະຖານຄອນກຼີດບ໋ອກຕັນຮັບນໍ້າໜັກ, ມາດຕະຖານປູນສໍາເລັດຮູບໂບກຝາຄອນກຼີດພາຍໃນ) ເລີ່ມແຕ່ວັນ 16 ສິງຫາ 2024 ເຖິງ 16 ກັນຍາ 2024.
ເງື່ອນໄຂສົ່ງພືດ 3 ປະເພດ ໄປຈີນ
ໃນຕົ້ນປີ 2024 ນີ້, ສປ ຈີນ ໄດ້ອອກເງື່ອນໄຂນໍາເຂົ້າພືດ 3 ປະເພດ ຈາກ ສປປ ລາວ ຄື: ໝາກມ່ວງຫິມະພານ, ໝາກມ່ວງສົດ ແລະ ພືດທີ່ເປັນວັດຖຸດິບສໍາລັບປຸງແຕ່ງຢາພື້ນເມືອງຈີນ.
ຂ່າວລ່າສຸດ
ມູນຄ່າການຄ້າຕ່າງປະເທດ ປະຈໍາເດືອນ ກັນຍາ ປີ 2024 ປະຕີບັດໄດ້ 1,064 ລ້ານໂດລາສະຫະລັດ
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ (ບໍ່ລວມໄຟຟ້າ) ຂອງ ສປປ ລາວ ປະຈໍາເດືອນ ກັນຍາ 2024 ບັນລຸໄດ້ 1,064 ລ້ານໂດລາສະຫະລັດ ທຽບໃສ່ ເດືອນ ສິງຫາ ຜ່ານມາ ຫຼຸດລົງປະມານ 12%. ໃນນີ້, ມູນຄ່າສົ່ງອອກບັນລຸໄດ້ 455 ລ້ານໂດລາສະຫະລັດ ຫຼຸດລົງ 16% ແລະ ມູນຄ່ານໍາເຂົ້າ ບັນລຸໄດ້ 609 ລ້ານໂດລາສະຫະລັດ ຫຼຸດລົງ 9% ທຽບໃສ່ ເດືອນ ສິງຫາ ທີ່ຜ່ານມາ. ສິນຄ້າທີ່ສົ່ງອອກຕົ້ນຕໍ 05 ອັນດັບປະກອບມີ: ຄໍາປະສົມ, ເຄື່ອງໃຊ້ໄຟຟ້າ, ຢາງພາລາ, ເຈ້ຍ ແລະ ເກືອກາລີ. ສິນຄ້າທີ່ນໍາເຂົ້າຕົ້ນຕໍ 05 ອັນດັບປະກອບມີ: ນ້ຳມັນກາຊວນ, ອຸປະກອນກົນຈັກ, ພາຫະນະທາງບົກ, ເຄື່ອງໄຟຟ້າ ແລະ ເຫຼັກ. (ແຫຼ່ງຂໍ້ມູນ: ລະບົບຂໍ້ມູນສະຖິຕິການຄ້າຕ່າງປະເທດ, ກະຊວງ ອຸດສາຫະກໍາ ແລະ ການຄ້າ)
ປຶກສາຫາລືບັນຫາທີ່ຕິດພັນກ່ຽວກັບການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ
ເພື່ອປຶກສາຫາລື ແລະ ຫາແນວທາງແກ້ໄຂບັນຫາທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ເຊັ່ນ: ການຂະຫຍາຍເວລາບໍລິການຢູ່ດ່ານ, ການກໍານົດນໍ້າໜັກລົດຂົນສົ່ງ, ໂຄງສ້າງລາຄານໍ້າມັນ ແລະ ການຢອດສານມາເກີ້, ການໃຫ້ສິດທິພິເສດໃນການແລກປ່ຽນເງິນຕາ, ການເກັບຄ່າບໍລິການຢູ່ທ່າບົກວັງເຕົ່າສູງ, ແລະ ການເກັບຄ່າບໍລິການທ່າບົກເປັນສະກຸນເງິນຕາ.
ຝຶກອົບຮົມວຽກງານ ອີຊີໂອ (e-CO) ໃຫ້ເຈົ້າໜ້າທີ່ ແລະ ຜູ້ປະກອບການ ຢູ່ 5 ແຂວງພາກເໜືອ
ສ້າງຄວາມເຂັ້ມແຂງການນຳໃຊ້ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ (e-CO) ລຸ້ນປັບປຸງໃໝ່ໃຫ້ແກ່ເຈົ້້າໜ້າທີ ແລະ ຜູ້ປະກອບການ ຢູ່ 5 ແຂວງພາກເໜືອ (ແຂວງອຸດົມໄຊ, ຫລວງພະບາງ, ຫລວງນໍ້າທາ, ບໍ່ແກ້ວ ແລະ ຜົ້ງສາລີ) ເພື່ອອໍານວຍຄວາມສະດວກໃນການສົ່ງອອກ ແລະ ຮັບປະກັນໃຫ້ຜູ້ປະກອບການສົ່ງອອກ ສາມາດນໍາໃຊ້ສິດທິພິເສດຈາກສັນຍາທາງການຄ້າໄດ້ຢ່າງເຕັມທີ່.