| 1 |
ຕ້ອງຂໍອະນຸຍາດນໍາເຂົ້າ - ອາວຸດເສິກ |
ສິນຄ້າເກືອດຫ້າມ |
ກະຊວງ ປ້ອງກັນປະເທດ |
ການນຳເອົາອາວຸດເສິກ ເຂົ້າ ສປປ ລາວ ຂອງຕ່າງປະເທດ ເພື່ອປ້ອງກັນການນໍາ ທີ່ມາເຄື່ອນໄຫວ,ຢ້ຽມຢາມ, ເຮັດວຽກ, ເຂົ້າຮ່ວມກອງປະຊຸມ, ວາງສະແດງ, ຝຶກຊ້ອມ ຫຼື ກິດຈະກໍາອື່ນ ຕ້ອງສະເໜີຜ່ານກະຊວງການຕ່າງປະເທດ ເພື່ອນໍາສະເໜີຕໍ່ກະຊວງປ້ອງກັນປະເທດ ພິຈາລະນາອະນຸຍາດ ບົນພື້ນຖານການປະສານສົມທົບກັບກະຊວງປ້ອງກັນຄວາມສະຫງົບ ໃນການກວດກາບັນຊີ ແລະ ອາວຸດເສິກຕົວຈິງ ກ່ອນນຳເຂົ້າ ສປປ ລາວ. |
ກົດໝາຍ ວ່າດ້ວຍການຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ, ເລກທີ 14/ສພຊ, ລົງວັນທີ 7 ກໍລະກົດ 2022. |
ຂັ້ນຕອນການນຳເຂົ້າ-ສົ່ງອອກ ສິນຄ້າເກືອດຫ້າມ
|
9999-12-31 |
ທັງໝົດ |
| 2 |
ຄ່າອາກອນຊົມໃຊ້ |
ພັນທະທີ່ຕ້ອງຈ່າຍ |
ກະຊວງ ການເງິນ |
ຄ່າອາກອນຊົມໃຊ້ແມ່ນເກັບຈາກບາງປະເພດສິນຄ້າທີ່ນຳເຂົ້າ, ຜະລິດ ແລະ ການບໍລິການຢູ່ ສປປ ລາວ ທີ່ລະບຸຢູ່ໃນກົດໝາຍວ່າດ້ວຍອາກອນຊົມໃຊ້. |
-
ກົດໝາຍ ວ່າດ້ວຍ ອາກອນຊົມໃຊ້ ເລກທີ 68/ສພຊ, ລົງວັນທີ 19 ມິຖຸນາ 2019
-
ກົດໝາຍ ວ່າດ້ວຍ ການປັບປຸງບາງມາດຕາຂອງ ກົດໝາຍກ່ຽວກັບສ່ວຍສາອາກອນ ເລກທີ 01/ສພຊ, ລົງວັນທີ 07 ສິງຫາ 2021
-
ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍການປັບປຸງອັດຕາອາກອນຊົມໃຊ້ຂອງບາງປະເພດສິນຄ້າ ເລກທີ 003/ສພຊ; ລົງວັນທີ 09 ຕຸລາ 2023.
|
ການແຈ້ງພາສີ ສຳລັບ ການນໍາເຂົ້າ (Asycuda)
|
9999-12-31 |
ທັງໝົດ |
| 3 |
ຄ່າບໍລິການ - ໃບອະນຸຍາດນໍາເຂົ້າ ສິນຄ້າ |
ພັນທະທີ່ຕ້ອງຈ່າຍ |
ກະຊວງ ອຸດສາຫະກຳ ແລະ ການຄ້າ |
ຄ່າບໍລິການໃນການອອກໃບອະນຸຍາດນໍາເຂົ້າ ສິນຄ້າ ພາຍໃຕ້ການຄວບຄຸມຂອງກົມການນໍາເຂົ້າ ແລະ ສົ່ງອອກ ເຊັ່ນ: ຍານພາຫະນະ, ນໍ້າມັນເຊື້ອໄຟ, ອາຍແກ໊ສ ແລະ ອື່ນໆ ແມ່ນ 10,000 ກີບ/ຊຸດ |
ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 |
ຂັ້ນຕອນການຂໍໃບອະນຸຍາດນຳເຂົ້າ ຍານພາຫະນະ ເພື່ອຈຳໜ່າຍ (ປັບປຸງ 2022)
|
9999-12-31 |
ທັງໝົດ |
| 4 |
ຄ່າແບບພິມສະຕິກເກີສຳລັບພາຫະນະຂົນສົ່ງສິນຄ້າເຂົ້າມາພາຍໃນປະເທດ (ລະບົບ ບໍ 53) |
ພັນທະທີ່ຕ້ອງຈ່າຍ |
ກະຊວງ ການເງິນ |
ຜູ້ນໍາເຂົ້າ ຕ້ອງເສຍຄ່າແບບພິມສະຕິກເກີສຳລັບພາຫະນະຂົນສົ່ງສິນຄ້າເຂົ້າມາພາຍໃນປະເທດ (ລະບົບ ບໍ 53) ຈໍານວນ 150,000 ກີບ/ຊຸດ
|
ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 |
ການແຈ້ງພາສີ ສຳລັບ ການນໍາເຂົ້າ (Asycuda)
|
9999-12-31 |
ທັງໝົດ |
| 5 |
ຕ້ອງມີໃບອະນຸຍາດດ້ານເຕັກນິກຂອງຍານພາຫະນະນຳເຂົ້າ |
ຕ້ອງໄດ້ຮັບອະນຸມັດ |
ກະຊວງ ໂຍທາທິການ ແລະ ຂົນສົ່ງ |
ຍານພາຫະນະທີ່ໄດ້ຮັບອະນຸຍາດນຳເຂົ້າ ແລະ ນຳໃຊ້ໃນ ສປປ ລາວ ຕ້ອງໄດ້ຮັບອະນຸຍາດດ້ານເຕັກນິກຈາກກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ.
|
-
ດໍາລັດ ວ່າດ້ວຍ ການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ເລກທີ 470/ລບ ວັນທີ 27 ທັນວາ 2019
-
ກົດໝາຍ ວ່າດ້ວຍ ຍານພາຫະນະທາງບົກ, ເລກທີ 04/ສພຊ, ລົງວັນທີ 16 ພະຈິກ 2021
|
|
9999-12-31 |
ທັງໝົດ |
| 6 |
ຄ່າອອກໃບອະນຸຍາດດ້ານເຕັກນິກນໍາເຂົ້າ - ຍານພາຫະນະນໍາເຂົ້າ |
ພັນທະທີ່ຕ້ອງຈ່າຍ |
ກະຊວງ ໂຍທາທິການ ແລະ ຂົນສົ່ງ |
ຜູ້ນໍາເຂົ້າຍານພາຫະນະ ຕ້ອງໄດ້ຈ່າຍຄ່າທໍານຽມ ແລະ ບໍລິການຂອງການອອກໃບອະນຸຍາດດ້ານເຕັກນິກນໍາເຂົ້າ ດັ່ງລຸ່ມນີ້: ຄ່າທໍານຽມ: 5,000 ກີບ/ຄັ້ງ; ຄ່າບໍລິການ: 15,000 ກີບ/ຄັນ |
ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 |
|
9999-12-31 |
ທັງໝົດ |